ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (ສຊສ)
Community Association for Salvation & Environment (CASE)



     Lao English

Rights and duties

1. ເຄື່ອນໄຫວຕາມແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ, ລະບຽບການຂອງລັດທີ່ກ່ຽວຂ້ອງ ແລະ ກົດລະບຽບຂອງຕົນ;
2. ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພະແນກການຂັ້ນແຂວງ, ຫ້ອງການຂັ້ນເມືອງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຂຶ້ນແຜນ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນ;
3. ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນ(ຜົນສໍາເລັດດ້ານວຽກງານ, ສະພາບລາຍຮັບ-ລາຍຈ່າຍການເງິນ ແລະ ວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ) ໃຫ້ອົງການອະນຸມັດສ້າງຕັ້ງ ແລະ ຂະແໜງການທີ່ກ່ຽວຂ້ອງ ເປັນປົກກະຕິໜຶ່ງຄັ້ງຕໍ່ປີ ຫຼື ຕາມຄວາມຮຽກຮ້ອງຕ້ອງການໃນເວລາຈຳເປັນ;
4. ລະດົມຂົນຂວາຍ ແລະ ຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອ, ການບໍລິຈາກທຶນ, ຊັບສິນ ຈາກບຸກຄົນ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ບົນພື້ນຖານປະຕິບັດຕາມກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ;
6. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ.
5. ໃຫ້ການສະໜັບສະໜູນດ້ານມະນຸດສະທໍາ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ;
 
Facebook Page | Websites | Check e-Mail
CASE Laos Phonemeexay Village, Pek District, P.O.Box: 1111-A, Xiengkhouang Province, Lao PDR. Tel: (856-61)213 663, e-Mail: info@case.org.la, website: www.case.org.la, Copyright ©CASE Laos.