ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (ສຊສ)
Community Association for Salvation & Environment (CASE)



     Lao English

Association management board

ຄະນະບໍລິຫານສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ ແມ່ນສະມາຊິກສາມັນ ແລະ ມີພາລະບົດບາດຊີ້ນຳ, ນຳພາທຸກການເຄື່ອນໄຫວ ແລະ ຕົກລົງບັນຫາສຳຄັນຂອງສະມາຄົມ. ຄະນະບໍລິຫານມີຈຳນວນ 05 ທ່ານ, ຄະນະບໍລິຫານໄດ້ມາຈາກການເລືອກຕັ້ງໃນກອງປະຊຸມໃຫຍ່ຂອງສະມາຄົມ, ຄະນະບໍລິຫານຂອງສະມາຄົມມີອາຍຸການສະໄໝລະ 05 ປີ ເມື່ອຄະນະບໍລິຫານຢູ່ໃນຕຳແໜ່ງ ຄົບຕາມກຳນົດແລ້ວແຕ່ຄະນະບໍລິຫານຊຸດໃໝ່ຍັງບໍ່ໄດ້ຮັບການຮັບຮອງ ຈາກທາງລັດຖະການກໍ່ໃຫ້ຄະນະບໍລິຫານຊຸດເກົ່າຮັກສາການຊົ່ວໄປກ່ອນ. ກໍລະນີຕໍ່າແໜ່ງຄະນະບໍລິຫານໃດໜື່ງຫວ່າງລົງກ່ອນກໍານົດໃຫ້ຄະນະບໍລິຫານ ທີ່ເຫຼືອຄັດເລືອກສະມາຊິກສາມັນເພື່ອເປັນຕົວແທນມາເຮັດໜ້າທີ່ແທນແລ້ວ ສະເໜີໃຫ້ອົງການຈັດຕັ້ງລັດທີ່ກ່ຽວຂ້ອງຮັບຮອງ ເອົາ ແຕ່ອາຍຸການຂອງຜູ້ຮັບຕໍາແໜ່ງແທນໃນຕໍາແໜ່ງໄດ້ເທົ່າກັບອາຍຸການຂອງຜູ້ທີ່ຕົນແທນເທົ່ານັ້ນ.

ເງື່ອນໄຂໃນການເປັນຄະນະບໍລິຫານ

1. ເປັນພົນລະເມືອງລາວອາຍຸແຕ່ 25 ປີຂຶ້ນໄປ;
2. ເປັນສະມາຊິກສາມັນຂອງສະມາຄົມຢ່າງໜ້ອຍ 1 ປີ;
3. ມີປະຫວັດການດຳລົງຊີວິດທີ່ດີ ແລະ ປອດໃສ;
4. ມີສຸຂະພາບແຂງແຮງ;
5. ມີຄວາມຮູ້ແລະປະສົບການດ້ານໃດດ້ານໜຶ່ງກ່ຽວຂ້ອງກັບໜ້າວຽກຂອງສະມາຄົມ;
6. ມີຄວາມເຂົ້າໃຈກ່ຽວກັບພາລະບົດບາດ,ໜ້າທີ່,ລະບຽບການແລະເອກະສານອື່ນໆຂອງສະມາຄົມ;
7. ເປັນບຸກຄົນທີ່ມີຄວາມສົນໃຈ ແລະ ຢາກປະກອບສ່ວນໃນການພັດທະນາສະມາຄົມ;
8. ເສຍສະຫຼະເວລາແລະມີສ່ວນຮ່ວມໃນການເຂົ້າຮ່ວມກິດຈະກຳຂອງສະມາຄົມ;
9. ມີວິໄສທັດດ້ານການພັດທະນາ ແລະ ມະນຸດສຳພັນດີ;
10. ສາມາດເຮັດວຽກເປັນໝູ່ຄະນະໄດ້ດີ;
11. ມີຄວາມສາມາດພົວພັນແລະປະສານງານກັບອົງການຈັດຕັ້ງທີ່ກ່ຽວຂ້ອງໃນຂັ້ນທ້ອງຖິ່ນ,ສູນກາງ ແລະ ສາກົນ;
12. ຄະນະບໍລິຫານສະມາຄົມຈະບໍ່ໄດ້ຮັບເງິນເດືອນ,ບຳເນັດຕ່າງໆ ແຕ່ຈະໄດ້ຮັບເງິນເບ້ຍລ້ຽງ, ທີ່ພັກ, ເດີນທາງ ແລະ ອື່ນໆຕາມນະໂຍບາຍ ແລະ ລະບຽບການເງິນຂອງສະມາຄົມ ໃນເວລາ ເຂົ້າຮ່ວມກິດ ຈະກຳຂອງສະມາຄົມ;
13. ຜູ້ສະໝັກເປັນຄະນະບໍລິຫານສະມາຄົມຕ້ອງມີເອກະສານຄົບຖ້ວນ ຕາມທີ່ສະມາຄົມລະບຸໄວ້ ເຊັ່ນ: ປະຫວັດ,ໃບຢັ້ງຢືນທີ່ຢູ່ ຫຼືບັດປະຈຳຕົວ ແລະ ເອກະສານອື່ນໆທີ່ຈຳເປັນ;

ສິດ ແລະ ໜ້າທີ່ຂອງຄະນະບໍລິຫານສະມາຄົມ

1. ຄຸ້ມຄອງ, ບໍລິຫານວຽກງານຂອງສະມາຄົມໃຫ້ໄປຕາມຈຸດປະສົງ ແລະ ແຜນການເຄື່ອນໄຫວຂອງ ສະມາຄົມໃນແຕ່ລະໄລຍະ;
2. ຊີ້ນໍາໃນການຄົ້ນຄວ້າ, ວາງແຜນການ,ໂຄງການ ແລະ ອອກລະບຽບການຕ່າງໆ ບົນພື້ນຖານ ກົດລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່;
3. ຮັບຮອງເອົາແຜນການເຄື່ອນໄຫວວຽກງານ ແລະ ແຜນງົບປະມານໃນແຕ່ລະໄລຍະ; ພົວພັນ ແລະ ປະສານງານກັບສະມາຄົມອື່ນ, ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງພັກ ແລະ ລັດໃນນາມສະມາຄົມ;
4. ຄຸ້ມຄອງລວມກ່ຽວກັບການເງິນ ແລະ ຊັບສິນຂອງສະມາຄົມ;
5. ຢັ້ງຢືນຄວາມຄວາມຖືກຕ້ອງຂອງບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງສະມາຄົມ;
6. ຕົກລົງແຕ່ງຕັ້ງ ຫຼືປົດຕຳແໜ່ງປະທານ, ຮອງປະທານ ແລະ ຫົວໜ້າຫ້ອງການບໍລິຫານສະມາຄົມ;
7. ແຕ່ງຕັ້ງ ຫຼື ຍຸບເລີກຄະນະກຳມະການ ຫຼື ອະນຸກຳມະການໃດໜຶ່ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ;
8. ຕົກລົງເຫັນດີເຊື້ອເຊີນເອົາສະມາຊິກກິດຕິມະສັກ;
9. ພິຈາລະນາ ແລະ ອະນຸມັດຕາມການສະເໜີຂອງຫົວໜ້າຫ້ອງການບໍລິຫານສະມາຄົມໃນການຮັບເອົາສະມາຊິກ ແລະ ພະນັກງານເຂົ້າໃນຕຳແໜ່ງຕ່າງໆຕາມໜ້າວຽກຕົວຈິງ;
10. ພິຈາລະນາຍ້ອງຍໍ ແລະ ປະຕິບັດວິໄນຕໍ່ສະມາຊິກຄະນະບໍລິຫານງານ, ສະມາຊິກຄະນະ ກວດກາ, ສະມາຊິກ ແລະ ພະນັກງານຂອງສະມາຄົມ;
11. ລາຍງານສະພາບການຈັດຕັ້ງ, ການເຄື່ອນໄຫວ ແລະ ການເງິນຂອງສະມາຄົມ ໃຫ້ອົງການຈັດຕັ້ງ ລັດທີ່ກ່ຽວ ຂ້ອງຊາບເປັນແຕ່ລະໄລຍະ;
12. ອອກລະບຽບການຕ່າງໆ ບົນພື້ນຖານກົດລະບຽບລວມຂອງສະມາຄົມ;
13. ສົ່ງບົດລາຍງານການເຄື່ອນໄຫວປະຈໍາປີໃຫ້ອົງການຈັດຕັ້ງລັດທີ່ມີສິດອະນຸມັດສ້າງຕັ້ງບໍ່ໃຫ້ກາຍ ວັນທີ 15 ທັນວາຂອງທຸກປີ;
14. ເຮັດວຽກດ້ວຍຄວາມສະໝັກໃຈ ແລະ ປອດໃສ, ຜູກແໜ້ນຄວາມສາມັກຄີລະຫວ່າງສະມາຊິກ ດ້ວຍກັນ ແລະ ເພື່ອນຮ່ວມງານຂອງສະມາຄົມ;
15. ປະກອບຄຳເຫັນ ຫຼື ສະເໜີບັນຫາຕໍ່ອົງການຈັດຕັ້ງລັດທີ່ກ່ຽວຂ້ອງເພື່ອພິຈາລະນາ;
16. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບສະມາຄົມ.

ການພົ້ນຈາກຕຳແໜ່ງຄະນະບໍລິຫານສະມາຄົມ

1. ໝົດວາລະ;
2. ລາອອກດ້ວຍຄວາມສະໝັກໃຈ;
3. ເສຍສິດໃນການເປັນສະມາຊິກສາມັນ; 4. ຖືກຄຳພິພາກສາຂອງສານຕັດສິນລົງໂທດວ່າມີຄວາມຜິດ;
5. ມະຕິກອງປະຊຸມໃຫຍ່ຂອງສະມາຄົມມີມະຕິໃຫ້ອອກຈາກການເປັນຄະນະບໍລິຫານ ດ້ວຍສາເຫດການກະທຳຄວາມຜິດຕໍ່ກົດລະບຽບຂອງສະມາຄົມ ຫຼື ລະບຽບກົດໝາຍຂອງ ສປປ ລາວ ຢ່າງຮ້າຍແຮງ;
6. ເສຍຊີວິດ;
 
Facebook Page | Websites | Check e-Mail
CASE Laos Phonemeexay Village, Pek District, P.O.Box: 1111-A, Xiengkhouang Province, Lao PDR. Tel: (856-61)213 663, e-Mail: info@case.org.la, website: www.case.org.la, Copyright ©CASE Laos.